ໜ້າຫລັກ
ຂ່າວແລະກິດຈະກຳ | ຕິດຕໍ່ພວກເຮົາ | ເອກະສານ
To English
ພະແນກພັດທະນາການແລະປະເມີນຄຸນນະພາບການສຶກສາ ປະກອບມີ 2 ຂະແໜງການດັ່ງນີ້:
1. ຂະແໜງປະເມີນຄຸນນະພາບການສຶກສາ
ໜ້າທີ່ຂອງຂະແໜງປະເມີນຄຸນນະພາບການສຶກສາ:
  • ສ້າງລະບຽບການປະເມີນ (ນິຕິກໍາ)
  • ສ້າງເຄື່ອງມືການປະເມີນ
  • ສ້າງຄັງຄຳຸາມ ແລະ ຂໍ້ສອບ
  • ສະໜອງຂໍ້ມູນ
  • ສ້າງທີມງານປະເມີນ.
  • ປະເມີນ ແລະ ພັດທະນາຜົນການປະເມີນ
  • ຮ່ວມກັບຄະນະວິຊາ ປະເມີນທັກສະການສອນດ້ານຄຣີນິກ
  • ຮ່ວມກັບຄະນະວິຊາອົບຮົມທັກສະການສອນ
  • ຮ່ວມກັບຫ້ອງການວິຊາການ ແລະ ຄະນະວິຊາ ພັດທະນາຫຼັກສູດການຮຽນ-ການສອນ
2. ຂະແໜງພັດທະນາການສຶກສາ
ໜ້າທີ່ຂອງຂະແໜງພັດທະນາການສຶກສາ:
  • ສ້າງຫຼັກສູດແພດສາດສຶກສາ
  • ສ້າງທີມງານແພດສາດສຶກສາ
  • ສ້າງທີມສ້າງຄູ່ມືທັກສະການຮຽນ - ການສອນ
  • ສົ່ງເສີມ ແລະ ຊຸກຍູ້ອຳນວຍຄວາມສະດວກດ້ານການຮຽນ - ການສອນ
  • ສ້າງ ແລະ ຂື້ນແຜນເງີນແຜນຄົນ ໃນການອົບຮົມທັກສະການສື່ສານລະຫວ່າງແພດກັບຄົນເຈັບ
  • ສ້າງ ແລະ ຂື້ນແຜນເງີນແຜນຄົນ ໃນການອົບຮົມທັກສະການສອນດ້ານຄຣີນິກ
  • ສ້າງ ແລະ ຂື້ນແຜນເງີນແຜນຄົນໃນການອົບຮົມແຜດສາດສຶກສາ ແລະ ທັກສະຕ່າງໆທີ່ກ່ຽວຂ້ອງໃຫ້ຄູ - ອາຈານ ແລະ ພາກສ່ວນກ່ຽວຂ້ອງ
  • ຂື້ນແຜນຈັດຊື້ອຸປະກອນປະກອບເຂົ້າຫ້ອງອົບຮົມ ເພື່ອສາທິດການປະຕິບັດການປີ່ນປົວຕົວຈິງ.