ໜ້າຫລັກ
ຂ່າວແລະກິດຈະກຳ | ຕິດຕໍ່ພວກເຮົາ | ເອກະສານ
To English
ໜ້າທີ່ຂອງ ສຄສ
  1. ປະຕິບັດກົດຫມາຍ, ນິຕິກຳຂອງຂັ້ນເທິງ ແລະນິຕິກຳຕ່າງໆຂອງ ມວສ;
  2. ຄົ້ນຄວ້າຫັນເອົານະໂຍບາຍ, ແຜນຍຸດທະສາດ, ແຜນການ ຂອງ ມວສ ມາເປັນຍຸດທະສາດ ແຜນການແຜນງານແລະໂຄງການລະອຽດຂອງສະຖາບັນຄົ້ນຄວ້າວິທະຍາສາດແລະພັດທະນາການສຶກສາ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ;
  3. ເປັນກອງເລຂາໃຫ້ແກ່ຄະນະກຳມະການສົ່ງເສີມແລະຄຸ້ມຄອງການຄົ້ນຄວ້າວິທະຍາສາດຂອງ ມວສ ໃນການຈັດບຸລິມະສິດໂຄງການຄົ້ນຄວ້າແລະຈັດສັນງົບປະມານລັດໃຫ້ແກ່ຜູ້ເຮັດການຄົ້ນຄວ້າ ທີ່ເປັນພະນັກງານ-ຄູອາຈານພາຍໃນ ມວສ;
  4. ເປັນກອງເລຂາໃຫ້ແກ່ ຄະນະກຳມະການຈັນຍາທຳ ຂອງ ມວສ ເພື່ອຄົ້ນຄວ້າການອະນຸມັດຈັນຍາທຳຄົ້ນຄວ້າ ວິທະຍາສາດ;
  5. ສົ່ງເສີມແລະຄຸ້ມຄອງການເຮັດຄົ້ນຄວ້າວິທະຍາສາດ ພາຍໃນ ມວສ ແລະພາກສ່ວນທີ່ກ່ຽວຂ້ອງ;
  6. ຈັດຕັ້ງປະຕິບັດການຄົ້ນຄວ້າວິທະຍາສາດ, ເປັນຈຸດປະສານງານ ການຄົ້ນຄວ້າວິທະຍາສາດ, ດ້ານຈັນຍາທຳ, ແລະເປັນຕົວແບບໃນການພັດທະນາການສຶກສາໃຫ້ແກ່ຄະນະຕ່າງໆ ພາຍໃນ ມວສ, ໂຮງຮຽນສາທາລະນະສຸກ, ແລະພາກສ່ວນອື່ນໆ ທີ່ກ່ຽວຂ້ອງ;
  7. ແປຜົນ, ສັງລວມຜົນການຄົ້ນຄວ້າໂດຍຫຍໍ້ ແລະນຳສະເໜີໃຫ້ການນຳແລະພາກສ່ວນທີ່ກ່ຽວຂ້ອງຮັບຊາບ ເພື່ອນຳໃຊ້ ເປັນບ່ອນອີງ ໃນການວາງນະໂຍບາຍແລະເປັນແຜນຍຸດທະສາດສາທາລະນະສຸກຂອງ ສປປລາວ;
  8. ຈັດກອງປະຊຸມຄົ້ນຄວ້າວິທະຍາສາດ ລະດັບມະຫາວິທະຍາໄລ, ລະດັບຊາດ, ພາກພື້ນ ແລະສາກົນ ແລະຕາມການມອບຫມາຍຂອງຂັ້ນເທິງ;
  9. ໃຫ້ຄຳປຶກສາ ດ້ານການຄົ້ນຄວ້າວິທະຍາສາດ, ຈັນຍາທຳ, ແພດສາດສຶກສາ ແລະໄອທີ ໃຫ້ແກ່ນັກຄົ້ນຄວ້າ, ຄູອາຈານ, ນັກສຶກສາ ພາຍໃນ ມວສ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງ;
  10. ຝຶກອົບຮົມແລະສິດສອນ ດ້ານການຄົ້ນຄວ້າວິທະຍາສາດ, ແພດສຶກສາ, ຈັນຍາທຳ, ການຄຸ້ມຄອງ ຫ້ອງສະຫມຸດ ແລະໄອທີໃຫ້ແກ່ຄະນະຕ່າງໆຂອງ ມວສ, ໂຮງຮຽນສາທາລະນະສຸກ ແລະພາກສ່ວນທີ່ກ່ຽວຂ້ອງ;
  11. ຜະລິດ, ເຜີຍແຜ່ແລະຈຳໜ່າຍວາລະສານການແພດລາວທັງພາຍໃນປະເທດແລະຕ່າງປະເທດ;
  12. ສົ່ງເສີມ-ພັດທະນາຫລັກສູດແລະຜະລິດສື່ການຮຽນ-ການສອນ ໃຫ້ແກ່ຄະນະຕ່າງໆຂອງ ມວສ, ໂຮງຮຽນສາທາລະນະສຸກ ແລະພາກສ່ວນອື່ນໆທີ່ກ່ຽວຂ້ອງ;
  13. ເຮັດການປະເມີນຄຸນນະພາບການສຶກສາ(Quality Assessment) ພາຍໃນ ມວສ ແລະພາກສ່ວນທີ່ກ່ຽວຂ້ອງ;
  14. ພັດທະນາຫ້ອງສະຫມຸດແລະຫ້ອງສາທິດຕ່າງໆພາຍໃນ ມວສ ແລະພາກສ່ວນທີ່ກ່ຽວຂ້ອງ;
  15. ເພື່ອພັດທະນາທັກສະຂອງນັກສຶກສາແລະຄູສອນ, ໃຫ້ບໍລິການຂໍ້ມູນຂ່າວສານ-ໄອທີແກ່ນັກສຶກສາ, ພະນັກງານ, ຄູອາຈານແລະພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນແລະຕ່າງປະເທດ;
  16. ພົວພັນແລະຮ່ວມມືກັບທຸກພາກສ່ວນກ່ຽວຂ້ອງທັງພາຍໃນແລະຕ່າງປະເທດ ເພື່ອພັດທະນາການຄົ້ນຄວ້າວິທະຍາສາດ, ຄຸນນະພາບການສຶກສາ, ຈັນຍາທຳ, ຂໍ້ມູນຂ່າວສານແລະໄອທີ
  17. ເກັບກຳ-ສັງລວມ ແລະສ້າງແຜນພັດທະນາ, ວຽກງານການຄົ້ນຄວ້າວິທະຍາສາດ, ວຽກຈັນຍາທຳຄົ້ນຄວ້າແລະວຽກພັດທະນາການສຶກສາ ລວມທັງວຽກຫ້ອງສະຫມຸດ, ຂໍ້ມູນຂ່າວສານ-ໄອທີ;
  18. ສະຫລຸບ ແລະລາຍງານປະຈຳອາທິດ, ປະຈຳເດືອນ, 03 ເດືອນ, 06 ເດືອນ ແລະປະຈຳປີ;
  19. ປະຕິບັດໜ້າທີ່ອື່ນໆຕາມການມອບຫມາຍຂອງຂັ້ນເທິງ;