ໜ້າຫລັກ
ຂ່າວແລະກິດຈະກຳ | ຕິດຕໍ່ພວກເຮົາ | ເອກະສານ
To English
ພະແນກຄົ້ນຄວ້າວິທະຍາສາດມີ 3 ຂະແໜງການດັ່ງນີ້:
1. ຂະແໜງຄຸ້ມຄອງຜົນການຄົ້ນຄວ້າ ແລະ ນຳໃຊ້
ໜ້າທີ່ຂອງຂະແໜງຄຸ້ມຄອງຜົນການຄົ້ນຄວ້າ ແລະ ນຳໃຊ້:
  • ອອກແບບເຄື່ອງມື້ການຄົ້ນຄວ້າ
  • ອົບຮົມການນຳໃຊ້ເຄື່ອງມືການຄົ້ນຄວ້າ
  • ສ້າງຖານຂໍ້ມູນ, ຕິດຕາມການປະຕິບັດວຽກງານຄົ້ນຄວ້າ
  • ສະຫຼຸບລາຍງານ ແລະ ວຽກອື່ນໆ ທີ່ກ່ຽວຂ້ອງ
2. ຂະແໜງຄົ້ນຄວ້າດ້ານສາທາລະນະສຸກ
ໜ້າທີ່ຂອງຂະແໜງຄົ້ນຄວ້າດ້ານສາທາລະນະສຸກ:
  • ພົວພັນຮ່ວມມືວຽກງານການຄົ້ນຄວ້າ
  • ພັດທະນາຄູ່ມືວຽກງານການຄົ້ນຄວ້າ
  • ຈັດກອງປະຊຸມສົ່ງເສີມການຄົ້ນຄວ້າ
  • ສ້າງຫຼັກສູດອົບຮົມການຄົ້ນຄວ້າ
  • ພັດທະນາວຽກງານການຄົ້ນຄວ້າ
  • ອົບຮົມວຽກງານການຄົ້ນຄວ້າ
  • ສະຫຼຸບລາຍງານ ແລະ ວຽກອື່ນໆ ທີກ່ຽວຂ້ອງ
3. ຂະແໜງຄົ້ນຄວ້າດ້ານຄຣີນິກ ແລະ ທົດລອງ
ໜ້າທີ່ຂອງຂະແໜງຄົ້ນຄວ້າດ້ານຄຣີນິກ ແລະ ທົດລອງ:
  • ພົວພັນຮ່ວມມືວຽກງານການຄົ້ນຄວ້າ
  • ພັດທະນາຄູ່ມືວຽກງານການຄົ້ນຄວ້າ
  • ຈັດກອງປະຊຸມສົ່ງເສີມການຄົ້ນຄວ້າ
  • ສ້າງຫຼັກສູດອົບຮົມການຄົ້ນຄວ້າ
  • ພັດທະນາວຽກງານການຄົ້ນຄວ້າ
  • ອົບຮົມວຽກງານການຄົ້ນຄວ້າ
  • ສະຫຼຸບລາຍງານ ແລະ ວຽກອື່ນໆ ທີກ່ຽວຂ້ອງ
ພາລະບົດບາດ
  1. ເປັນກອງເລຂາ ໃຫ້ຄະນະກຳມະການສົ່ງເສີມແລະຄຸ້ມຄອງການຄົ້ນຄວ້າວິທະຍາສາດຂອງ ມວສ ເພື່ອຈັດກອງປະຊຸມປຶກສາຫາລື, ຕັດສິນບູລິມະສິດບົດສະເໜີໂຄງການຄົ້ນຄວ້າແລະຈັດສັນງົບປະມານສຳລັບການຈັດຕັ້ງ ປະຕິບັດການຄົ້ນຄວ້າວິທະຍາສາດ ພາຍໃນ ມວສ ພາຍໃຕ້ການຊີ້ນຳຂອງ ຄະນະກຳມະການສົ່ງເສີມແລະຄຸ້ມຄອງການຄົ້ນຄວ້າວິທະຍາສາດຂອງ ມວສ;
  2. ເກັບກຳ-ສັງລວມ ບົດໂຄງການຄົ້ນຄວ້າວິທະຍາສາດທີ່ໄດ້ ຈັດບູລິມະສິດຂອງຄະນະຕ່າງໆ, ຫ້ອງການ, ສະຖາບັນ ພາຍໃນ ມວສ ແລະພາກສ່ວນທີ່ກ່ຽວຂ້ອງເພື່ອນຳສະເໜີຂໍງົບປະມານລັດປະຈຳປີແລະຈາກແຫລ່ງອື່ນໆ;
  3. ພັດທະນານິຕິກຳການສົ່ງເສີມແລະຄຸ້ມຄອງການຄົ້ນຄວ້າພາຍໃນ ມວສ ແລະພາກສ່ວນທີ່ກ່ຽວຂ້ອງ;
  4. ສ້າງຄູ່ມື, ຕິດຕາມ-ຊຸກຍູ້ແລະປະເມີນຜົນ ການຈັດຕັ້ງປະຕິບັດການຄົ້ນຄວ້າວິທະຍາສາດພາຍໃນ ມວສ;
  5. ພັດທະນາຄູ່ມື ເຮັດການຄົ້ນຄວ້າວິທະຍາສາດໃຫ້ແກ່ນັກຄົ້ນຄວ້າ, ພະນັກງານຄູອາຈານແພດໝໍແລະນັກສຶກສາພາຍໃນ ມວສ ແລະພາກສວ່ນທີ່ກ່ຽວຂ້ອງ;
  6. ເປັນຈຸດປະສານງານ, ບໍລິການໃຫ້ຄຳປຶກສາ, ຝຶກອົບຮົມແລະສິດສອນ ວິທີການຄົ້ນຄວ້າ, ລະບາດວິທະຍາ, ສະຖິຕິການແພດ, ການນຳເຂົ້າຂໍ້ມູນ, ວິເຄາະຂໍ້ມູນ, ແລະການຂຽນບົດຄົ້ນຄວ້າວິທະຍາສາດ ແກ່ນັກສຶກສາ, ຄູອາຈານ ແລະນັກຄົ້ນຄວ້າຜູ້ອື່ນໆ ທັງພາຍໃນປະເທດ, ລະດັບພາກພື້ນແລະສາກົນ;
  7. ນຳພາຈັດຕັ້ງປະຕິບັດເຮັດການຄົ້ນຄວ້າ ດ້ານສາທາລະນະສຸກສາດ, ລະບາດວິທະຍາ, ດ້ານຄລີນິກ, ການທົດລອງ, ສັງຄົມສາດການແພດ, ແພດສາດສຶກສາແລະອື່ນໆພາຍໃນແລະພາຍນອກ ເພື່ອຮັບປະກັນ ຄວາມຖືກຕ້ອງຕາມຫລັກວິທະຍາສາດ, ຈັນຍາທຳການຄົ້ນຄວ້າ, ຄວາມໂປ່ງໃສແລະມີຄຸນນະພາບ;
  8. ແປຜົນການຄົ້ນຄວ້າໂດຍຫຍໍ້ ແລະນຳສະເໜີໃຫ້ການນຳແລະພາກສ່ວນທີ່ກ່ຽວຂ້ອງຮັບຊາບ ເພື່ອໝູນໃຊ້ຫລືເປັນບ່ອນອ້າງອີງໃນການວາງນະໂຍບາຍແລະເປັນແຜນຍຸດທະສາດສາທາລະນະສຸກ ພາຍໃນ ສປປລາວ;
  9. ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດ ທັງພາຍໃນປະເທດ (ລະດັບມະຫາວິທະຍາໄລແລະລະດັບຊາດທີ່ເປັນພາສາລາວ), ລະດັບພາກພື້ນແລະສາກົນ(ເປັນພາສາອັງກິດ);
  10. ຜະລິດ, ເຜີຍແຜ່ ແລະແຈກຢາຍ ວາລະສານການແພດລາວທັງພາຍໃນແລະຕ່າງປະເທດ;
  11. ພົວພັນ, ປະສານງານກັບສື່ພິມແລະແຫລ່ງຖານຂໍ້ມູນວິທະຍາສາດການແພດເພື່ອໃຫ້ວາລະສານການແພດລາວສາມາດຂຶ້ນທະບຽນ(index) ໃນຖານຂໍ້ມູນລະດັບສາກົນໃຫ້ຫລາຍທີ່ສຸດ;
  12. ພັດທະນາຖານຂໍ້ມູນແລະເກັບກຳຜົນງານການຄົ້ນຄວ້າວິທະຍາສາດທີ່ເປັນລະບົບທັນສະໄໝ ເພື່ອເຊື່ອມສານກັບສະຖາບັນການສຶກສາແລະຈັດຕັ້ງທີ່ກ່ຽວຂ້ອງທັງພາຍໃນແລະຕ່າງປະເທດ;
  13. ຂຶ້ນແຜນຍົກລະດັບຄວາມຮູ້ຄວາມສາມາດແລະເຂົ້າຮ່ວມກອງປະຊຸມ ດ້ານການຄົ້ນຄວ້າວິທະຍາສາດແລະວາລະສານການແພດລາວ ແກ່ພະນັກງານທີ່ກ່ຽວຂ້ອງ;
  14. ຂຶ້ນແຜນງົບປະມານແລະລະດົມແຫລ່ງທຶນ ເພື່ອພັດທະນາແລະດຳເນີນການຄົ້ນຄວ້າວິທະຍາສາດ;
  15. ສະຫລຸບ, ລາຍງານປະຈຳອາທິດ, ເດືອນ, 03 ເດືອນ, 06 ເດືອນ ແລະປະຈຳປີໃຫ້ແກ່ສະຖາບັນຮັບຊາບ;
  16. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ.